LibreOffice 25.8 Help
ເມື່ອເຈົ້າແຊກ ຫຼື ລຶບຫ້ອງ, ແຖວ ຫຼື ຖັນໃນຕາຕະລາງ, ຕົວເລືອກ ຈະເປັນຕົວກຳນົດວ່າອົງປະກອບຂ້າງຄຽງຈະໄດ້ຮັບຜົນກະທົບແນວໃດ. ຕົວຢ່າງ: ເຈົ້າສາມາດແຊກແຖວ ແລະ ຖັນໃໝ່ເຂົ້າໃນຕາຕະລາງທີ່ມີຂະໜາດຄົງທີ່ໄດ້ກໍຕໍ່ເມື່ອມີພື້ນທີ່ພຽງພໍ.
ໝາຍເຫດວ່າຄຸນສົມບັດເຫຼົ່ານີ້ມີຜົນສະເພາະການປ່ຽນແປງຄວາມກວ້າງຂອງຖັນທີ່ເຮັດຜ່ານແປ້ນພິມເທົ່ານັ້ນ. ສ່ວນການໃຊ້ເມົ້າ, ເຈົ້າສາມາດປ່ຽນຄວາມກວ້າງຂອງຖັນໄດ້ຢ່າງອິດສະຫຼະ.
ເພື່ອຕັ້ງຄ່າຕົວເລືອກ ສຳລັບຕາຕະລາງໃນເອກະສານຂໍ້ຄວາມ, ໃຫ້ເລືອກ . ໂໝດການສະແດງຜົນຂອງຕາຕະລາງມີ 3 ແບບ:
ຄົງທີ່ - ການປ່ຽນແປງຈະມີຜົນສະເພາະຫ້ອງທີ່ຕິດກັນເທົ່ານັ້ນ, ບໍ່ມີຜົນຕໍ່ຕາຕະລາງທັງໝົດ. ຕົວຢ່າງ: ເມື່ອເຈົ້າຂະຫຍາຍຫ້ອງໃຫ້ກວ້າງຂຶ້ນ, ຫ້ອງຂ້າງໆຈະແຄບລົງ, ແຕ່ຄວາມກວ້າງຂອງຕາຕະລາງຍັງເທົ່າເດີມ.
ຄົງທີ່, ຕາມສັດສ່ວນ - ການປ່ຽນແປງມີຜົນຕໍ່ຕາຕະລາງທັງໝົດ, ໂດຍຫ້ອງທີ່ກວ້າງຈະຫົດຕົວຫຼາຍກວ່າຫ້ອງທີ່ແຄບ. ຕົວຢ່າງ: ເມື່ອເຈົ້າຂະຫຍາຍຫ້ອງໃຫ້ກວ້າງຂຶ້ນ, ຫ້ອງຂ້າງໆຈະແຄບລົງຕາມສັດສ່ວນ, ແຕ່ຄວາມກວ້າງຂອງຕາຕະລາງຍັງເທົ່າເດີມ.
ປ່ຽນແປງໄດ້ - ການປ່ຽນແປງມີຜົນຕໍ່ຂະໜາດຂອງຕາຕະລາງ. ຕົວຢ່າງ: ເມື່ອເຈົ້າຂະຫຍາຍຫ້ອງໃຫ້ກວ້າງຂຶ້ນ, ຄວາມກວ້າງຂອງຕາຕະລາງກໍຈະເພີ່ມຂຶ້ນນຳ.